ເສດຖະສາດ
ຈາກ ວິກິພີເດຍ
ຄຳວ່າ ເສດຖະສາດ (Economics ມາຈາກ ພາສາເກຣັກ [oikos] ແປວ່າ 'ເຮືອນ', ແລະ [nomos]ແປວ່າ 'ປົກຄອງ', ສະນັ້ນ ສາມາດແປໄດ້ລວມວ່າ ແມ່ນ "ການປົກຄອງເຮືອນ") ແມ່ນ ສັງຄົມສາດ ຂະແໜງໜຶ່ງ ທີ່ສຶກສາ ກ່ຽວກັບ ການຜະລິດ (Production), ການແຈກຢາຍ (Distribution), ການຄ້າ (Trade) ແລະ ການຊົມໃຊ້ (Consumption) ສິນຄ້າ (Goods) ແລະ ການບໍລິການ (Services).
[ດັດແກ້] ນິຍາມຂອງຄຳວ່າ ເສດຖະສາດ
ເວົ້າລວມ, ເສດຖະສາດ (Economics) ແມ່ນ ວິທະຍາສາດສັງຄົມຂະແໜງໜຶ່ງ ທີ່ ສຶກສາ ກ່ຽວກັບ ການເຄື່ອນໄຫວ ຂອງ ຄົນ ໃນການຕອບສະໜອງ ຄວາມຕ້ອງການ. ເຖິງຢ່າງໃດກໍ່ຕາມ, ນອກຈາກ ນິຍາມຄືດັ່ງກ່າວ, ມັນຍັງມີຫຼາຍໆຄຳນິຍາມ ທັງໃນອາດີດ ແລະ ປະຈຸບັນ ຕໍ່ ກັບ ຄຳວ່າ ເສດຖະກິດການເມືອງ (Political Economy) ໃນເມື່ອກ່ອນ ແລະ ຄຳວ່າ ເສດຖະສາດ ໃນປະຈຸບັນ. ທ່ານ ຈອນ ເມນາດ ເຄນ (John Maynard Keynes)ເຄີຍກ່າວ ໃນເມື່ອກ່ອນວ່າ "ເສດຖະສາດ ແມ່ນ ວິທະຍາສາດ ຂອງ ການຄິດ". ເວົ້າລວມ, ການສຶກສາໃນຂະແໜງນີ້ ໄດ້ເລີ່ມຈາກ ການສຶກສາ "ຄວາມຮັ່ງມີ" (Wealth) ໄປຫາ ການສຶກສາ "ສະຫວັດດີການ"(Welfare) ແລະ "ການແລກປ່ຽນ"(Trade offs) ໃນປະຈຸບັນ.
[ດັດແກ້] ຂະແໜງການສຶກສາພື້ນຖານ ໃນ ເສດຖະສາດ
ໂດຍທົ່ວໄປ ເສດຖະສາດ ແມ່ນ ຖືກແບ່ງ ອອກເປັນ ສອງ ສາຂາຫຼັກ ຄື :
- ເສດຖະສາດຈຸນລະພາກ, ທີ່ ຄົ້ນຄ້ວາ ການປະພຶດທາງດ້ານເສດຖະກິດ ຂອງ ກຸ່ມບຸກຄົນໃດໜຶ່ງ ເຊັ່ນ ທຸລະກິດ, ຄົວເຮືອນ, ບຸກຄົນ ເພື່ອທຳຄວາມເຂົ້າໃຈ ການຕັດສິນໃຈ ໃນສະພາບຄວາມບໍ່ພຽງພໍ ແລະ ຜົນສະທ້ອນ ຂອງ ການຕັດສິນໃຈດັ່ງກ່າວນັ້ນ.
- ເສດຖະສາດມະຫາພາກ, ທີ່ ຄົ້ນຄ້ວາ ເສດຖະກິດໂດຍລວມ ເພື່ອທຳຄວາມເຂົ້າໃຈ ປະຕິກິລິຍາ ຫຼື ຄວາມສຳພັນ ລະຫວ່າງ ບັນດາ ຕົວສັງລວມທາງດ້ານເສດຖະກິດ ເຊັ່ນ ລາຍໄດ້ແຫ່ງຊາດ (National Income), ການຈ້າງງານ (Employment) ແລະ ສະພາວະເງິນເຟີ້ (Inflation). ເອົາໃຈໃສ່ ວ່າ ທິດສະດີ ດຸນຍະພາບທົ່ວໄປ (General Equilibrium) ສັງລວມເອົາ ແນວຄວາມຄິດ ຂອງ ມູມມອງ ທາງດ້ານ ເສດຖະກິດມະຫາພາກ ແຕ່ ໂດຍອີງໃສ່ ມູມມອງ ທາງດ້ານເສດຖະສາດຈຸນລະພາກ ຢ່າງ ເຄັ່ງຄັດ.
ນອກຈາກນີ້ ຍັງທີຂະແໜງອື່ນໆອີກເຊັ່ນ :
- ເອໂຄໂນເມທຣິກ (Econometrics) ທີ່ຖືກຖືກັນໂດຍທົ່ວໄປວ່າ ແມ່ນ ຂະແໜງ ປະສົມປະສານ ຂອງ ເສດຖະຄະນິດສາດ (Mathematical Economics), ສະຖິຕິສາດ (Statistics), ເສດຖະສະຖິຕິສາດ (Economic Statistics) ແລະ ທິດສະດີ ເສດຖະສາດ (Economic Theory).
- ເສດຖະສາດກາງຫາວ(Spatial Economics).
- ເສດຖະສາດຕົວເມືອງ(Urban Economics).
- ເສດຖະສາດສາກົນ(International Economics).
[ດັດແກ້] ຂະແໜງການສຶກສາໃໝ່ ໃນ ເສດຖະສາດ
- ເສດຖະວັດຖຸສາດ (Econophysics)
|
|
---|---|
ການຄາດຫວັງແບບດັດສົມ(Adaptive expectations) • ດຸນການຊຳລະ(Balance of payments) • ທະນາຄານກາງ(Central bank) • ເງິນຕາ(Currency) • ລະບົບມາດຕະຖານຄຳ(Gold standard) • ຫຼັກເກນເກຣແຊມ(Gresham's Law) • ສະພາວະເງິນເຟີ້(Inflation) • ແບບຈຳລອງ IS/LM(IS/LM model) • ເງິນ(Money) • ບັນທັດຖານວັດແທກ ລາຍໄດ້ ແລະ ຜົນຜະລິດ ແຫ່ງຊາດ(Measures of national income and output) • ນະໂຍບາຍເງິນຕາ( Monetary policy) • ບັນຊີລາຍໄດ້ ແລະ ຜະລິດຕະພັນ ແຫ່ງຊາດ(National Income and Product Accounts) • ກຳລັງຊື້ທຽບຖານ(Purchasing power parity) • ການຄາດຫວັງປົກກະຕິ(Rational Expectations) • ເສດຖະກິດຕົກຕໍ່າ(Recession) • ທິດສະດີສະຕອັກໂຮມ(Stockholm school) • ໄພຫວ່າງງານ(Unemployment) • ເສດຖະສາດອອສຕຣຽນ(Austrian economics) • ເສດຖະສາດເຄນຊຽນ(Keynesian economics) • ເງິນຕານິຍົມ(Monetarism) • ເສດຖະສາດດັ້ງເດີມໃໝ່(New classical economics) • ເສດຖະສາດເຄນຊຽນໃໝ່(New Keynesian economics) • ເສດຖະສາດດ້ານການສະໜອງ(Supply side economics) • ເສດຖະສາດພັດທະນາ(Development economics) • ເສດຖະສາດ(Economics) • ເສດຖະສາດການເມືອງ(Political economy) |
|
|
---|---|
ຄວາມຈຳກັດ(Scarcity) • ຕົ້ນທຶນໂອກາດ(Opportunity cost) • ການສະໜອງ ແລະ ຄວາມຕ້ອງການ(Supply and demand) • ຄວາມຍືດຍຸ່ນ(Elasticity) • ການເກີນທາງດ້ານເສດຖະກິດ(Economic surplus) • ຄວາມຂາດແຄນທາງເສດຖະກິດ(Economic shortage) • ຍອດຄວາມຕ້ອງການ(Aggregte demand) • ທິດສະດີຜູ້ຊົມໃຊ້(Consumer theory) • ການຜະລິດ, ຕົ້ນທຶນ ແລະ ລາຄາ(Production, costs, and pricing) • ໂຄງສ້າງຕະຫຼາດ(Market structure) • ເສດຖະສາດສະຫວັດດີການ(Welfare economics) • ຄວາມລົ້ມເຫຼວຂອງຕະຫຼາດ(Market failure) |